ສູນພັດທະນາ ແລະ ຝຶກອົບຮົມດ້ານຊອບແວລາວ-ອິນເດຍ

ກ່ຽວກັບສູນ
ສູນພັດທະນາ ແລະ ຝຶກອົບຮົມດ້ານຊອບແວລາວ-ອິນເດຍ ແມ່ນໂຄງການຮ່ວມມືກັນລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ປທສ ແລະ ສູນ C-DAC (Centre for Development of Advanced Computing) ປະເທດອິນເດຍ. ພິທີເປິດດັ່ງກ່າວເປັນນິມິດໝາຍອັນດີ ເປັນອີກບາດກ້າວໜຶ່ງທີ່ສຳຄັນ ໃຫ້ແກ່ການຮ່ວມມື ຂອງທັງສອງຝ່າຍ ຫຼັງຈາກທີ່ໄດ້ ມີການເປີດນຳໃຊ້ສູນ ຢ່າງເປັນທາງການໃນທ້າຍປີທີ່ຜ່ານມາ. ສູນດັ່ງກ່າວມີເປົ້າໝາຍໃນການສ້າງ ແລະ ພັດທະນາ ບຸກຄະລາກອນ ທີ່ມີຄວາມສາມາດ ໃນການພັດທະນາ ຊອບແວລະດັບສູງ ເພື່ອສາມາດຕອບສະໜອງ ຄວາມຕ້ອງການ ຕົວຈິງ ປະກອບສ່ວນເຂົ້າໃນວຽກງານ ການພັດທະນາເສດຖະກິດສັງຄົມ ຢ່າງຮອບດ້ານ ຕາມຍຸກສະໄໝ ທີ່ມີຄວາມ ຮຽກຮ້ອງຕ້ອງການສູງ.
ໃນເບື້ອງຕົ້ນຫຼັກສູດທີ່ຈະເລີ່ມເປີດການຝຶກອົບຮົມແມ່ນ ປະກອບມີ 2 ຫຼັກສູດຄື: ຫຼັກສູດ ການສື່ສານຂໍ້ມູນ ແລະ ລະບົບ ເຄືອຂ່າຍ ແລະ ຫຼັກສູດ ເຕັກໂນໂລຊີຂໍ້ມູນຂ່າວສານ ເຊິ່ງທັງສອງຫຼັກສູດ ແມ່ນຈະສິດສອນໂດຍ ອາຈານຜູ້ຊ່ຽວຊານ ຈາກ ສູນ C-DAC ປະເທດອິນເດຍ. ແຕ່ລະຫຼັກສູດແມ່ນຈະໃຊ້ເວລາໃນການຝຶກ 200 ຫາ 320 ຊົ່ວໂມງ ເຊິ່ງຫຼັງຈາກຈົບຫຼັກສູດ ແມ່ນຈະໄດ້ຮັບໃບປະກາດຢັ້ງຢືນ ທີ່ອອກໃຫ້ໂດຍ ສູນ C-DAC ປະເທດອິນເດຍ. ໃນການຝຶກອົບຮົມຄັ້ງນີ້ ນອກຈາກ 2 ຫຼັກສູດທີ່ກ່າວມາດ້ານເທິງນັ້ນແລ້ວ ຍັງມີອີກ 6 ຫຼັກສູດ ຄື: Software Testing, Advanced Web Technology, Android Programming, IT Project Management, Ethical Hacking and Information Security ແລະ Linux System Administration ເຊິ່ງຄາດວ່າຈະສຳເລັດຫຼັກສູດ ທັງໝົດພາຍໃນເວລາ 1 ປີ.
ທີມງານຂອງພວກເຮົາ

ປອ ອາຣົມຮັກ ໄຊຊະນະສົງຄາມ
Call & WhatsApp
+856-20 58854888

ພອນໄຊ ນາມສະຫວັນ
Call & WhatsApp
+856-20 28266650

ສຸກສະຫວັນ
ໂຄດສຸວັນນະວົງ
Call & WhatsApp
+856-20 59963000

ວິອານັນ ສອນທອງພິຊິດ
Call & WhatsApp
+856-20 55036474

ຊີວາ ວິມາລາ
Call & WhatsApp
+856-20 56564005
ການຮ່ວມມືພາຍໃນ ແລະ ຕ່າງປະເທດ





